ນາງສັງຂານ
ໃນສະໄໝ່ພຸດທະການ ມີລູກຊາຍເສດຖີຄົນຫນື່ງຊື່ວ່າ
ທຳມະບານກຸມມານ ຮຽນຈົບໄຕເພດ ໂຫລາສາດ ຊູສາດ ແລະ ພາສາສາດ ມີຄວາມຮູ້ເໜືອມະນຸດທັງປວງ
ຮູ້ຮອດພາສາສັດຕ່າງໆ ລວມທັງພາສານົກ ຄວາມເກັ່ງກ້າສາມາດ ຂອງ ທຳມະບານກຸມມານ
ໄດ້ຊ່າລືໄປເຖິງພະຍາພົມຢູ່ບົນສະຫວັນ ໃນຕອນນັ້ນມີພະຍາພົມອົງຫນື່ງທີ່ເປັນເຈົ້າແຫ່ງພົມ
ແລະ ເທວະດາຟ້າແຖນທັງຫລາຍ ຊື່ວ່າພະຍາກາບິນລະພົມ ຄິດຢາກລອງຄວາມຮູ້ຂອງທຳມະບານກຸມມານ
ຈິ່ງເຫາະລົງມາ ສູ່ໂລກ ໄປພົບທຳມະບານກຸມມານ ຢູ່ຫໍຜາສາດຊັ້ນທີ 7 ພະຍາກາບິນລະພົມ
ໄດ້ຕັ້ງຄຳຖາມສາມຂໍ້ລາສີຂອງຄົນ ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງຢູ່ໃສ? ເວົ້າແລ້ວກໍພັດນັດຫມາຍກັບທຳມະບານກຸມມານວ່າ
ອີກ 7 ວັນ
ຈະລົງມາເອົາຄຳຕອບ ຖ້າຕອບບໍ່ໄດ້ ທຳມະບານກຸມມານ ຈະຖືກຕັດຄໍ
ຖ້າຫາກຕອບຖືກພະຍາກາບິນລະພົມ ຈະຍອມ ໃຫ້ຕັດຄໍຂອງຕົນ ເວົ້າແລ້ວກໍເຫາະຂື້ນສູ່ສະຫວັນ
ເພື່ອສະເຫວີຍຄວາມສຸກທີ່ມີນາງນັກສະຫນົມກົມມະວົງ ນັບພັນ ນັບຫມື່ນຢູ່ອ້ອມຂ້າງ.
ຫລັງຈາກພະຍາກາບິນລະພົມ ກັບເມືອແລ້ວ ທຳມະບານກຸມມານ
ກໍຄິດຄົ້ນຫາລາສີຂອງຄົນຢູ່ໃສໃນແຕ່ລະເວລາ ຕາມທີ່ ກາບິນລະພົມຕັ້ງບັນຫາໄວ້ ຄຳພີດີກາມີຢູ່ໃສ
ກໍຊອກຄົ້ນຫມົດກໍບໍ່ມີຢູ່ບ່ອນໃດທີ່ໃຫ້ຄຳຕອບ ຄົ້ນຄິດທັງເວັນ ແລະ ຄືນ
ຈົນບໍ່ໄດ້ຢູ່ໄດ້ກິນ ຕົນໂຕຈ່ອຍຜອມລົງຊັກໄຊ້ ກໍຊອກບໍ່ເຫັນຢູ່ບ່ອນໃດ
ເມື່ອຮູ້ໂຕວ່າຈະຖືກຕັດຄໍຢ່າງແນ່ນອນແລ້ວ ຈິ່ງຕັດ ສິນໃຈເປັນຄັ້ງສຸດທ້າຍວ່າ
ຕົນເປັນລະດັບນັກປາດມີຊື່ສຽງດົງດັງໄປທົ່ວໂລກຈະຍອມໃຫ້ຕັດຄໍໃຫ້ເສຍຊື່ເຮັດຫຍັງແຫນງສູ້ໄປຕາຍເອງດີກວ່າ.
ໃນເວລານັ້ນ ເປັນມື້ທີ 6 ຕາເວັນພໍຈະຕົກດິນ ທຳມະບານກຸມມານກໍພາຮ່າງກາຍອັນຈ່ອຍຜອມຍ່າງໂຊເຊລົງຈາກຜາສາດ ມຸັງຫນ້າເຂົ້າປ່າ ເມື່ອຮູ້ສຶກວ່າຈະຍ່າງບໍ່ໄຫວຈິ່ງໂຍບນັ່ງລົງທີ່ຕົ້ນຕານຕົ້ນຫນື່ງ ເພື່ອລໍຖ້າເວລາການສິ້ນລົມຫາຍໃຈຢູ່ທີ່ນັ້ນ ແຕ່ສະຫວັນເປັນໃຈ ຢູ່ເທິງຕານຕົ້ນນັ້ນ ມີນົກອິນຊີສອງຜົວເມຍອາໄສຢູ່ ໃນຍາມນັ້ນເປັນຍາກເດີກງຽງສະຫງັດ ນົກອິນຊີ ສອງຜົວເມຍໄດ້ລົມກັນເລື່ອງການໄປຫາກິນໃນມື້ອື່ນນົກໂຕເມຍໄດ້ຖາມວ່າ ມື້ອື່ນຈະໄປຫາກິນທາງໃດ? ຜົວກໍ່ຕອບວ່າ ມື້ອື່ນບໍ່ຕ້ອງໄປໃສດອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ລະ ໂຕເມຍຖາມຂື້ນວ່າ ມີມະນຸດຢູ່ໃສມາໃຫ້ພວກເຮົາກິນ? ນົກໂຕຜົວ ໄດ້ຕອບວ່າ ພະຍາກາບິນລະພົມ ຈະລົງມາຕັດຄໍ ທຳມະບານກຸມມານ ແລ້ວພວກເຮົາຊິໄດ້ກິນຊີ້ເຂົາ ນົກໂຕເມຍເວົ້າຂື້ນວ່າ ໄປຕັດຄໍເຂົາເຮັດຫຍັງ? ຜົວ ຕັດລະບໍ ແນວວ່າຕອບບັນຫາເພີ່ນບໍ່ໄດ້ ເມຍຖາມບັນຫາມີແນວໃດ? ຍາກແທ້ຫວະ? ຜົວມັນຊິຍາກຫຍັງ! ແຕ່ທຳມະບານກຸມມານຮຽນບໍ່ເຖິງກໍເລີຍຕອບບໍ່ໄດ້ ເພີ່ນຖາມວ່າສີລິຄົນຢູ່ໃສໃນຍາມເຊົ້າ ຍາມສວາຍ ແລະ ຍາມແລງ ເມຍຖາມຕື່ມວ່າ ຄັນຊັ້ນເຈົ້າຮູ້ບໍ່ວ່າທັງສາມເວລານັ້ນ ສີລິຂອງຄົນຢູ່ໃສ ຜົວກໍເວົ້າວ່າເປັນຫຍັງຊິບໍ່ຮູ້ງ່າຍຊິ ຕາຍ ເມຍ ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ ຜົວ ເວົ້າບໍ່ໄດ້ ເດີກດື່ນແລ້ວນອນສາກ່ອນ ເມຍ ບໍ່!ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຟັງ ຂ້ອຍຊິກັ້ນໃຈຕາຍປະເຈົ້າ ຜົວຂີນຄຳເມຍບໍ່ໄດ້ ກໍເລີຍເວົ້າອອກວ່າ: “ຕອນເຊົ້າສີລິຂອງຄົນຢູ່ທີ່ຫນ້າ ຄົນຈິ່ງມັກສວ່າຍຫນ້າ ລ້າງຕາ, ຕອນສວາຍຢູ່ຫນ້າເອີກຄົນເຮົາ ຈິ່ງມັກເອົານ້ຳລູບຫນ້າເອີກ ຫລື ລ້າງຕົນໂຕເລົາຄີງ, ສ່ວນຕອນແລງສີລິຢູ່ທີ່ ຕີນ ຄົນ ຈິ່ງມັກລ້າງຕີນກ່ອນເຂົ້ານອນ. ດັ່ງໄດ້ກ່າວໃນຕອນຕົ້ນແລ້ວ ທຳມະບານກຸມມານ ຮູ້ພາສານົກ ດັ່ງນັ້ນ ຄຳສົນທະນາ ຂອງສອງຜົວເມຍນົກອິນຊີປຽບເຫມືອນສິ່ງສັກສິດ ຊ່ວຍໃຫ້ທຳມະບານກຸມມານລອດຄວາມຕາຍຢ່າງປະຕິຫານ ເຂົາຟ້າວ ລຸກຈາກຮົ່ມຕານແລ່ນກັບຄືນຫໍຜາສາດ ດ້ວຍຄວາມສຸກໃຈຫາອັນປຽບບໍ່ໄດ້ ເຊົ້າຕໍ່ມາແມ່ນວັນຖ້ວນ 7 ພະຍາກາບິນລະພົມ ກໍລົງມາເອົາຄຳຕອບຕາມການນັດຫມາຍ ເມື່ອໄດ້ຟັງຄຳຕອບຂອງທຳມະບານກຸມມານ ກໍເຮັດໃຫ້ພະຍາກາບິນລະພົມ ຕົກ ສະທ້ານຢ່າງໃຫຍ່ ແຕ່ຊິເຮັດແນວໃດ ໃນເມື່ອຕົນໄດ້ເອີ່ຍປາກໃຫ້ຄຳຫມັ້ນສັນຍາ ທ້າພະນັນຂັນຕໍ່ ໃຫ້ຕັດຄໍກ່ອນ ຈິ່ງຍອມ ໃຫ້ຕັດຄໍຂອງຕົນ ເພື່ອບໍ່ໃຫ້ເສຍສັດຈະທີ່ໄດ້ໃຫ້ໄວ້ ກັບມະນຸດຜູ້ຫນຸ່ມນ້ອຍຄົນນີ້

ປະເພນີລາວຍິນດີຕອນຮັບ
ຄຳວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ. ເຊິ່ງ ຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນ ເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳ ນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ:
1. ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ.
2. ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ (ລາວເທິງພາກເໜືອ)
3. ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳປາສັກ
4. ເດືອນສີ່: ເຮັດບຸນພະເວດ ຫຼື ບຸນມະຫາຊາດ
5. ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫຼື ບຸນກຸດສົງການ
6. ເດືອນຫົກ: ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ
7. ເດືອນເຈັດ: ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມເຮັດໄຮ່ເຮັດນາ)
8. ເດືອນແປດ: ເຮັດບຸນເຂົ້າພັນສາ
9. ເດືອນເກົ້າ: ເຮັດບຸນເຂົ້າປະດັບດິນ
10. ເດືອນສິບ: ເຮັດບຸນເຂົ້າສະຫຼາກ
11. ເດືອນສິບເອັດ: ເຮັດບຸນອອກພັນສາ
12. ເດືອນສິບສອງ: ເຮັດບຸນກະຖິນ ບຸນພະທາດຫຼວງ. ວ່າ ດ້ວຍຄອງ 14 ແມ່ນມີຄື: ຄອງ14 ຢ່າງ ສຳລັບ ຄົນທົ່ວໄປ ແລະ ຄອງ 14 ຢ່າງ ຂອງພະລາຊາ, ສຳຄົນຄົນທົ່ວໄປແມ່ນໜ້າທີ່ຂອງໝົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ ກັນເຊັ່ນ: ຄູ່ຜົວ ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະວັດວາອາຮາມສາສະໜາ ລາຍລະອຽດຄືລຸ່ມນີ້: 1. ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ທານແກ່ທ່ານຜູ້ມີສິນກິນ ກ່ອນ ແລ້ວຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.
2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.
3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ
4. ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າຕີນເສຍກ່ອນແລ້ວຈິ່ງຂຶ້ນ.
5. ເມືອເຖິງວັນສິນ 7-8-14-15ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກເຊົ້າຄໍ່າວັນຄືນ.
6. ເມື່ອຈະເຂົ້ານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈິ່ງເຂົ້ານອນ ເຊິ່ງປັດຈຸບັນບໍ່ນິຍົມໃຊ້ແລ້ວ
7. ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ
8. ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.
9. ເມື່ອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກຫົວ ບໍ່ອູ້ມລູກຫຼານ ແລະຖືສາດຕາວຸດຕ່າງໆ.
10. ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະ ກຳໃຫ້ມີຂັນດອກໄມ້ທູບທຽນ ແລະເຄື່ອງອັດທະປະລິຂານໄປຖວາຍ.
11. ເມື່ອພິກຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈິ່ງຄ່ອຍເຈລະຈາ.
12. ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.
13. ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະຢ່າເອົາໄວ້ຄອຍໃຫ້ຜົວກິນ.
14. ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່. ທັງໝົດ ເຫຼົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ຖືກກັບຮີດ
…………
ພ້ອມນັ້ນ
ການຈັດງານອວຍພອນ ແລະ ບາສີສູ່ຂັວນຄັ້ງນີ້ ຍັງເພື່ອເປັນການປະຕິບັດຕາມຮີດຄອງປະເພນີລາວແລະ
ລະນຶກເຖິງຜົນງານທີ່ປະຕິບັດໄດ້ໃນຮອບນຶ່ງປີ ທັງເປັນການສະເຫຼີມສະຫຼອງບຸນປີໃໝ່
ເພື່ອຮັກສາມູນເຊື້ອ ເອກະລັກອັນດີງາມຂອງຊາດ
ກໍຄືຂອງທ້ອງຖີ່ນໃຫ້ຍາວນານຄູ່ບ້ານເມືອງຕໍ່ໄປ.
ການແຕ່ງດອງ ແຕ່ງງານ ຫລື ການກີນແກ່ວ
ກີນດອງ ຊື່ບາງເທື່ອ ກໍເອີ້ນກັນວ່າ ງານວິວາ ສົມລົດ ແມ່ນປະເພນີຮີດຄອງ ອັນແສນດິ ແລະ
ງົດງາມທີ່ສຸດ ຂອງຊາວລາວເຮົາ ເພາະວ່າ ການສ້າງ ຄອບຄົວໃໝ່ ກໍຄືກັນກັບ ການປຸກເຮືອນຫລັງໃໝ່
ນັ້ນເອງ ເພື່ອໃຫ້ມັນມີຄວາມແໜ້ນໜາ ຖາວອນ ທົນທານໄດ້ ມັນກໍຕ້ອງມີລັກມີຖານ ທີ່ແກ່ນແໜ້ນ
ມີຮາກມີເງົ້າ ທີ່ດີ ມີປະສິດທິຜົນ ໂດຍຕ້ອງມີ ການຂໍໝັ້ນ ຂໍໝາຍ ມີການກີນແກ່ວກີນດອງ
ຕາມຮີດຄອງປະເພນີ ທີ່ເຄີຍມີມາ ແຕ່ ດືກດໍາບັນ.
ไม่มีความคิดเห็น:
แสดงความคิดเห็น